Department of foreign trade policy

WTO

Lao People’s Democratic Republic and the WTO

ສຳລັບ ສປປ ລາວ ໄດ້ສະໝັກເຂົ້າເປັນສະມາຊິກ ອຄລ  ໃນເດືອນກໍລະກົດ 1997 ແລະ ໄດ້ຖືກຮັບຮອງໃນຖານະທີ່ເປັນປະເທດຜູ້ສັງເກດການ ແລະ ສ້າງຕັ້ງໜ່ວຍປະຕິບັດງານໃນເດືອນກຸມພາ 1998. ສປປ ລາວ ໄດ້ສໍາເລັດບົດຊ່ວຍຈຳກ່ຽວກັບລະບອບການຄ້າຕ່າງປະເທດ ໃນເດືອນມີນາ 2001. ເລີ່ມແຕ່ປີ 2006 ເປັນຕົ້ນມາ, ສປປ ລາວ ໄດ້ຂຸ້ນຂ້ຽວວຽກງານເຈລະຈາການເຂົ້າເປັນສະມາຊິກ ອຄລ ແລະ ປັບປຸງບັນດານິຕິກຳ ​ເພື່ອໃຫ້ມີ​ຄວາມສອດຄ່ອງກັບຫຼັກການການຄ້າສາກົນ ໂດຍຜ່ານກອງປະຊຸມໜ່ວຍປະຕິບັດງານຈຳນວນ 10 ຄັ້ງ ແລະ ໄດ້ຕອບຄຳ​ຖາມຈຳນວນ 1,080 ຂໍ້ຈາກສະມາຊິກ ອຄລ  ກ່ຽວກັບການຄຸ້ມຄອງ ແລະ ລະບຽບການທີ່ຕິດພັນກັບລະບອບການຄ້າຕ່າງປະເທດ. ໃນທ້າຍປີ 2012, ສປປ ລາວ ກໍໄດ້ຖືກຮັບຮອງເອົາສະມາຊິກ ອຄລ  ແລະ ໄດ້ກາຍເປັນສະມາຊິກລຳດັບທີ 158 ຢ່າງເປັນທາງການຂອງ ອຄລ  ໃນວັນທີ 02 ກຸມພາ 2013.

ອົງການການຄ້າໂລກ (ອຄລ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 01 ມັງກອນ 1995  ຊຶ່ງແມ່ນໝາກຜົນຂອງການເຈລະຈາການຄ້າໃນຮອບອູຣູກວາຍໂດຍຍົກລະດັບຈາກກອງເລຂາແກດ (General Agreement on Tariffs and Trade: GATT) ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1947 ມາເປັນອົງການຈັດ ຕັ້ງສາກົນ. ອຄລ  ມີການຂະຫຍາຍຂົງເຂດການຄຸ້ມຄອງດ້ານລະບຽບການຄ້າລະຫວ່າງປະເທດກວ້າງຂວາງຂຶ້ນ ຊຶ່ງບໍ່ໄດ້ກວມເອົາສະເພາະແຕ່ການຄ້າດ້ານສິນຄ້າເທົ່ານັ້ນ ແຕ່ຍັງກວມເອົາການຄ້າດ້ານການບໍລິການ ແລະ ຊັບສິນທາງປັນຍາຕື່ມອີກ ຊຶ່ງລັດຖະບານ/ປະເທດສະມາຊິກທີ່ເປັນພາຄີ ຕ້ອງປະຕິບັດຕາມກົດກະຕິກາ ແລະ ຫຼັກການພື້ນຖານຂອງສັນຍາອົງການການຄ້າໂລກດັ່ງນີ້:

2.1 ຫຼັກການບໍ່ຈຳແນກປະຕິບັດ (Non-discrimination)

ສະແດງອອກໃນ 2 ຮູບການຄື:

  • ຫຼັກການປະຕິບັດແບບຊາດໄດ້ຮັບອະນຸເຄາະຍິ່ງ (Most-Favored Nations: MFN): ສະມາຊິກ ອຄລ ຕ້ອງໃຫ້ການປະຕິບັດເທົ່າທຽມກັນຕໍ່ສິນຄ້າທີ່ນຳເຂົ້າຈາກທຸກປະເທດສະມາຊິກ ໃນການຫຼຸດອັດຕາພາສີ ຫຼື ຍົກເລີກມາດຕະການຈຳກັດການຄ້າຕໍ່ສິນຄ້ານຳເຂົ້າຂອງສະມາຊິກໃດໜຶ່ງ ຕ້ອງໄດ້ປະ ຕິບັດເຊັ່ນດຽວກັນຕໍ່ສິນຄ້ານຳເຂົ້າທີ່ຄືກັນ ທີ່ມາຈາກສະມາຊິກອື່ນໆ. ຫຼັກການດັ່ງກ່າວ ຍັງນໍາໃຊ້ກັບການຄ້າດ້ານການບໍລິການ ແລະ ຊັບສິນທາງປັນຍາອີກດ້ວຍ.
  • ຫຼັກການປະຕິບັດແບບພາຍໃນຊາດ (National Treatment: NT): ໝາຍວ່າຕ້ອງໃຫ້ການປະຕິບັດຕໍ່ສິນຄ້ານຳເຂົ້າ (ພາຍຫຼັງທີ່ຊຳລະພາສີຢູ່ດ່ານພາສີແລ້ວ) ໃຫ້ເທົ່າທຽມກັບສິນຄ້າທີ່ຄືກັນຊຶ່ງຜະລິດຢູ່ພາຍໃນເຊັ່ນ: ການຈັດເກັບອາກອນ, ລະບຽບການພາຍໃນທີ່ຕິດພັນກັບການຄ້າ ແລະ ຄ່າທໍານຽມອື່ນໆ.
    • ການເປີດກວ້າງເທື່ອລະກ້າວ (Progressive Liberalization)

ເພື່ອລົບລ້າງມາດຕະການຈຳກັດການຄ້າ ແລະ ເຮັດໃຫ້ມີການຄ້າເສລີເທື່ອລະກ້າວນັ້ນ, ສະມາ ຊິກ ອຄລ ຈະດຳເນີນການເຈລະຈາເປີດຕະຫຼາດໃຫ້ແກ່ກັນເທື່ອລະກ້າວ ລວມເຖິງການລົບລ້າງອຸປະສັກທາງການຄ້າທີ່ບໍ່ແມ່ນພາສີ ໂດຍຜ່ານການສ້າງລະບຽບການ ແລະ ກົດໝາຍ ທີ່ເອື້ອອຳນວຍຜົນປະໂຫຍດໃຫ້ແກ່ການດຳເນີນທຸລະກິດ ແລະ ບໍ່ສ້າງອຸປະສັກທີ່ບໍ່ຈຳເປັນໃຫ້ແກ່ການຄ້າ.

2.3 ຄວາມໂປ່ງໃສ (Transparency)

ສະມາຊິກ ອຄລ ມີພັນທະໃນການພິມເຜີຍແຜ່ກົດໝາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີ່ຕິດພັນກັບການຄ້າຕໍ່ສາທາລະນະຊົນໃຫ້ສາມາດເຂົ້າເຖິງໄດ້ ແລະ ຕ້ອງແຈ້ງການຂໍ້ມູນດັ່ງກ່າວໃຫ້ສະມາຊິກ ອຄລ  ອື່ນໆ ຊາບ ເພື່ອສົ່ງເສີມ ແລະ ສ້າງຄວາມແນ່ນອນໃນການດຳເນີນທຸລະກິດການຄ້າລະ ຫວ່າງປະເທດ.

Trade profile

Tariff profile

Aid for Trade profile (2017)