Department of foreign trade policy

FTA PLUS

ມາເຖິງປະຈຸບັນອາຊຽນໄດ້ມີການເຈລະຈາ ເພື່ອສ້າງເຂດການຄ້າເສລີ (FTA) ຮ່ວມກັນກັບ 7 ຄູ່ເຈລະຈາ ແລະ 4 ປະເທດຄູ່ຮ່ວມພັດທະນາອາຊຽນເຊັ່ນ: ສປ.ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕຣາລີ-ນິວຊີແລນ, ອິນເດຍ, ຮົງກົງ (ສປ.ຈີນ), ສະຫະລັດອາເມລິກາ, ສ.ລັດເຊຍ, ການາດາ ແລະ ສະຫະພາບເອີຮົບ. ໃນການເຊື່ອມໂຍງລະຫວ່າງອາຊຽນກັບບັນດາປະເທດຄູ່ເຈລະຈາ ທີ່ ສປປ ລາວ ເຮົາຈະຕ້ອງມີສ່ວນຮ່ວມນັ້ນ, ກໍຍັງມີການຮ່ວມມືທາງດ້ານເສດຖະກິດລະຫວ່າງພາກພື້ນ ຊຶ່ງເປັນການຍົກລະດັບສັນຍາເຂດການຄ້າເສລີອາຊຽນກັບປະເທດຄູ່ເຈລະຈາ ທັງໃນລະດັບອາຊຽນ+1 ໃຫ້ກາຍເປັນອາຊຽນ+6 ຫຼື Regional Comprehensive Economic Partnership: RCEP (10 ປະເທດອາຊຽນ, ສປ.ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕຣາລີ ແລະ ນິວຊີແລນ) ທີ່ກຳລັງເຈລະຈາໃນຮອບທີ 21 ແລະ ມີກໍານົດໃຫ້ສໍາເລັດການເຈລະຈາໃນທ້າຍປີ 2018 ນີ້ ແມ່ນຖືວ່າເປັນບັນຫາສໍາຄັນ ແລະ ກຳລັງເຄັ່ງຮ້ອນໃນປະຈຸບັນ, ຊຶ່ງຮຽກຮ້ອງໃຫ້ ສປປ ລາວ ເຮົາຕ້ອງເປັນເອກະພາບດ້ານທ່າທີ ແລະ ຈຸດຢືນ ເພື່ອຍາດແຍ່ງເອົາຜົນປະ ໂຫຍດຈາກຂອບການຮ່ວມມືນີ້.  ສ່ວນໃນລະດັບອາຊຽນ+3 ກໍຈະລວມມີ: ສປ.ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແລະ ຍັງມີອາ ຊຽນ+1 ກັບຮົງກົງ (ສປ.ຈີນ) ຊຶ່ງໄດ້ສໍາເລັດການເຈລະຈາໃນປີ 2017.