Department of foreign trade policy

Department of Trade Negotiation and International Economic Cooperation (DTNC) is one of the leading departments within and entrusted by the Ministry of Industry and Commerce (MOIC) on foreign policy, relation and cooperation in industry and commerce affairs.

Recent News

ສປປ ລາວ ສຳເລັດການເຂົ້າຮ່ວມເປັນພາຄີຂອງສັນຍາວ່າດ້ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology Agreement) ໃນຂອບອົງການການຄ້າໂລກ ໃນວັນທີ 17 ພະຈິກ 2021

ໃນ​ວັນ​ທີ 17 ພະຈິກ 2021, ເວລາ 15:00-18:00 ໂມງ ທີ່ເຊີແນວ, ປະເທດສະວິດເຊີແລນ ໄດ້​ມີ​ການຈັດກອງປະຊຸມຂອງຄະນະກຳມະການສັນຍາວ່າດ້ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ (Information and Technology Agreement: ITA)  ພາຍໃຕ້ຂອບອົງການການຄ້າໂລກ (ອຄລ) ຮອບພິດເສດ ເພື່ອຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກຂອງສັນຍາດັ່ງກ່າວ ຊຶ່ງປະຈຸບັນມີສະມາຊິກ ທັງໝົດ 83 ປະເທດ ແລະ ສປປ ລາວ ກໍເປັນປະເທດດ້ອຍພັດທະນາປະເທດທຳອິດ ທີ່ເຂົ້າຮ່ວມເປັນພາຄີ. ສັນຍາ ITA ແມ່ນສັນຍາການຄ້າຫຼາຍຝ່າຍແບບສະໝັກໃຈຂອງ ອຄລ, ປະຈຸບັນ ສັນຍາດັ່ງກ່າວ ໄດ້ແບ່ງອອກເປັນສອງສັນຍາຄື: ITA I ແລະ ITA II ຊຶ່ງບັນຊີລາຍການສິນຄ້າປະກອບມີສິນຄ້າປະເພດ: ຄອມພິວເຕີ້, ອຸປະກອນສື່ສານ, ເຄື່ອງສົ່ງໄຟຟ້າ, ຊອບແວ, ເຄື່ອງມີືອຸປະກອນວິທະຍາສາດ ແລະ ບັນດາສ່ວນປະກອບຂອງອຸປະກອນເສີມຕ່າງໆ. ສິນຄ້າທີ່ນອນໃນສັນຍາ ITA ແມ່ນສິນຄ້າທີ່ມີການຄ້າຂາຍກັນຫຼາຍທີ່ສຸດໃນທົ່ວໂລກ, […]

img
ກອງປະຊຸມກ່ຽວກັບ ຂໍ້ລິເລີ່ມໃໝ່ຂອງການເຈລະຈາໃນຂອບອົງການການຄ້າໂລກ “National Workshop on State of Play of WTO New Initiatives”

ໃນ​ວັນ​ທີ 28–30 ມິຖຸນາ 2021 ​ໄດ້​ມີ​ການຈັດກອງປະຊຸມກ່ຽວກັບ ຂໍ້ລິເລີ່ມໃໝ່ຂອງການເຈລະຈາໃນຂອບ ອົງການການຄ້າໂລກ (ອຄລ) “National Workshop on State of Play of WTO New Initiatives” ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພາຍ​ໃຕ້​ການ​ເປັນ​ປະທານ​ກ່າວເປີດໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ທຸລະກິດ ແລະ ບັນດາສະມາຄົມພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ​ຈຳນວນ 50 ຄົນ. ກອງປະຊຸມໄດ້ຮັບການສະ ໜັບສະໜູນດ້ານວິຊາການຈາກກອງເລຂາ ອຄລ ແລະ ດ້ານງົບປະມານຈາກໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ Laos Business Environment (LBE) ຂອງ USAID. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຄືບໜ້າຂອງການເຈລະຈາໃນປະຈຸບັນຂອງ […]

ບົດສະຫຼຸບສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership: RCEP)

img
ກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 27

ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຂອງ ສປປ ລາວ ໄດ້ຖືກມອບໝາຍຈາກທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເຂົ້າຮ່ວມກອງປະຊຸມທາງໄກລັດ​ຖະມົນຕີ​ເສ​ດຖະກິດ​ອາ​ຊຽນ ແບບວົງແຄບ ຄັ້ງທີ 27 – ຊຶ່ງຈັດຂຶ້ນໃນວັນທີ 2-3 ມີນາ 2021 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ  Dr. Amin Liew Abdullah, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນລັດມົນຕີກະຊວງການເງິນ ແລະ ເສດຖະກິດ,  ປະເທດບຣູໄນ ໃນຖານະປະທານໝູນວຽນອາຊຽນ ໃນປີ 2021 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ,​ ຮອງລັດຖະມົນຕີ ແລະ ທ່ານເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າ. ກອງປະຊຸມໄດ້ແລກປ່ຽນທັດສະນະໃນຫຼາຍປະເດັນທີ່ສໍາຄັນເຊັ່ນ: ການຊຸກຍູ້ການຈັດຕັ້ງປະຕິບັດແຜນງານຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງບັນດາປະເທດສະມາຊິກອາຊຽນ,  ຊຸກຍູ້ການໃຫ້ສັດຕະຍາບັນສັນຍາ RCEP ເພື່ອເລັ່ງໃຫ້ສັນຍາດັ່ງກ່າວມີຜົນບັງຄັບໃຊ້ໂດຍໄວຊຶ່ງຈະຊ່ວຍຟື້ນຟູເສດຖະກິດພາກພື້ນໃນໄລຍະຍາວ, […]

Most Popular Downloads