Department of foreign trade policy

News

ສປປ ລາວ ສຳເລັດການເຂົ້າຮ່ວມເປັນພາຄີຂອງສັນຍາວ່າດ້ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology Agreement) ໃນຂອບອົງການການຄ້າໂລກ ໃນວັນທີ 17 ພະຈິກ 2021

Posted on

ໃນ​ວັນ​ທີ 17 ພະຈິກ 2021, ເວລາ 15:00-18:00 ໂມງ ທີ່ເຊີແນວ, ປະເທດສະວິດເຊີແລນ ໄດ້​ມີ​ການຈັດກອງປະຊຸມຂອງຄະນະກຳມະການສັນຍາວ່າດ້ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ (Information and Technology Agreement: ITA)  ພາຍໃຕ້ຂອບອົງການການຄ້າໂລກ (ອຄລ) ຮອບພິດເສດ ເພື່ອຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກຂອງສັນຍາດັ່ງກ່າວ ຊຶ່ງປະຈຸບັນມີສະມາຊິກ ທັງໝົດ 83 ປະເທດ ແລະ ສປປ ລາວ ກໍເປັນປະເທດດ້ອຍພັດທະນາປະເທດທຳອິດ ທີ່ເຂົ້າຮ່ວມເປັນພາຄີ. ສັນຍາ ITA ແມ່ນສັນຍາການຄ້າຫຼາຍຝ່າຍແບບສະໝັກໃຈຂອງ ອຄລ, ປະຈຸບັນ ສັນຍາດັ່ງກ່າວ ໄດ້ແບ່ງອອກເປັນສອງສັນຍາຄື: ITA I ແລະ ITA II ຊຶ່ງບັນຊີລາຍການສິນຄ້າປະກອບມີສິນຄ້າປະເພດ: ຄອມພິວເຕີ້, ອຸປະກອນສື່ສານ, ເຄື່ອງສົ່ງໄຟຟ້າ, ຊອບແວ, ເຄື່ອງມີືອຸປະກອນວິທະຍາສາດ ແລະ ບັນດາສ່ວນປະກອບຂອງອຸປະກອນເສີມຕ່າງໆ. ສິນຄ້າທີ່ນອນໃນສັນຍາ ITA ແມ່ນສິນຄ້າທີ່ມີການຄ້າຂາຍກັນຫຼາຍທີ່ສຸດໃນທົ່ວໂລກ, […]

ກອງປະຊຸມກ່ຽວກັບ ຂໍ້ລິເລີ່ມໃໝ່ຂອງການເຈລະຈາໃນຂອບອົງການການຄ້າໂລກ “National Workshop on State of Play of WTO New Initiatives”

Posted on

ໃນ​ວັນ​ທີ 28–30 ມິຖຸນາ 2021 ​ໄດ້​ມີ​ການຈັດກອງປະຊຸມກ່ຽວກັບ ຂໍ້ລິເລີ່ມໃໝ່ຂອງການເຈລະຈາໃນຂອບ ອົງການການຄ້າໂລກ (ອຄລ) “National Workshop on State of Play of WTO New Initiatives” ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພາຍ​ໃຕ້​ການ​ເປັນ​ປະທານ​ກ່າວເປີດໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ທຸລະກິດ ແລະ ບັນດາສະມາຄົມພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ​ຈຳນວນ 50 ຄົນ. ກອງປະຊຸມໄດ້ຮັບການສະ ໜັບສະໜູນດ້ານວິຊາການຈາກກອງເລຂາ ອຄລ ແລະ ດ້ານງົບປະມານຈາກໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ Laos Business Environment (LBE) ຂອງ USAID. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຄືບໜ້າຂອງການເຈລະຈາໃນປະຈຸບັນຂອງ […]