ກົມນະໂຍບາຍການຄ້າຕ່າງປະເທດ

ຈຸດສອບຖາມຂໍ້ມູນການຄ້າດ້ານການບໍລິການ

ຈຸດສອບຖາມມີທີ່ຕັ້ງຢູ່ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລພ ການຄ້າ ແລະ ມີພາລະບົດບາດໃນການປະຕິບັດໜ້າທີ່ໃນນາມຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ວັກ 3 ຂອງດຳລັດ 363

ຈຸດສອບຖາມມີໜ້າທີ່ດັ່ງນີ້:
1. ຮັບ ແລະ ຕອບຄຳຖາມຂອງທຸກພາກສ່ວນ ທີ່ກ່ຽວກັບຂໍ້ມູນການຄ້າດ້ານການບໍລິການ ພາຍໃນກຳນົດເວລາອັນເໝາະສົມ;
2.​ຈັດຝຶກອົບຮົມໃຫ້ແກ່ພະນັກງານຂອງຂະແໜງການກ່ຽວຂ້ອງ ກ່ຽວກັບວິທີການປະສານງານ ແລະ ການດຳເນີນການສະໜອງຂໍ້ມູນການຄ້າດ້ານບໍລິການ;
3. ຄົ້ນຄວ້າ ແລະ ສະເໜີປັບປຸງກົນໄກກ່ຮປະສານງານ ແລະ ດ້ານອື່ນໆຂອງຈຸດສອບຖາມໃຫ້ມີປະສິດທິຜົນດີຂຶ້ນ;
4. ລາຍງານເປັນປະຈຳໃຫ້ຄະນະນຳກະຊວງ ອຄ ກ່ຽວກັບການເຄື່ອນໄຫວຂອງຈຸດສອບຖາມ; ແລະ
5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.

ຜູ້ຮັບຜິດຊອບ:

ທ່ານ ນ. ໂອນິດາ ວິນາວົງ

ໂທລະສັບ/ແຟັກ: +856-21-450066

ອີ-ເມວ: gats.enquiry@laoftpd.com