ກົມນະໂຍບາຍການຄ້າຕ່າງປະເທດ

ການຄ້າສອງຝ່າຍ

ມາຮອດປະຈຸບັນການຄ້າຊາຍແດນທົ່ວປະເທດຂອງ ສປປ ລາວ ປະກອບມີດ່ານສາກົນທັງໝົດ 27 ດ່ານ, ດ່ານທ້ອງຖິ່ນ 32 ດ່ານ ແລະ ດ່ານປະເພນີ ທັງໝົດ 48 ດ່ານ. ນັບແຕ່ປີ 1990 ເປັນຕົ້ນມາ ສປປ ລາວ ກໍໄດ້ລົງນາມເຊັນສັນຍາການຄ້າສອງຝ່າຍກັບ 15 ປະເທດໃນໂລກຄື: ສ.ລັດເຊຍ, ມົງໂກນ, ໄທ, ມຽນມາ, ສປປ.ເກົາຫຼີ, ສປ.ຈີນ, ສສ.ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ອິນເດຍ, ເບລາຣຸດ, ອາກຊັງຕີນ, ສະຫະລັດອາເມລິກາ, ຕວກກີ ແລະ ກູເວດ. ສັນຍາການຄ້າສອງຝ່າຍກັບ 15 ປະເທດທີ່ກ່າວມານັ້ນ ຈຸດປະສົງຫຼັກ ແມ່ນແນໃສ່ເພື່ອສົ່ງເສີມການຮ່ວມມືດ້ານການຄ້າລະຫວ່າງຄູ່ສັນຍາ ແລະ ຍົກສູງມິດຕະພາບແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານ; ບາງສັນຍາ, ກໍສົ່ງເສີມການເຂົ້າເຖິງຕະຫຼາດການຄ້າດ້ານສິນຄ້າ ແລະ ການບໍລິການຂອງກັນ ແລະ ກັນ ລະຫວ່າງສອງປະເທດໃຫ້ມີຄວາມໝັ້ນຄົງ ແລະ ຍາວນານ. ດ້ານໜຶ່ງ, ສັນຍາການຄ້າສອງຝ່າຍ ແມ່ນແນໃສ່ເພື່ອສ້າງຂອບວຽກໃນການຮ່ວມມືເພື່ອປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການພົວພັນການຄ້າລະຫວ່າງສອງປະເທດພາຍໃຕ້ລະບຽບກົດໝາຍ ແລະ ຂອດການບໍລິຫານທີ່ມີຄວາມໂປ່ງໃສ ແລະ ເຮັດໃຫ້ສິນຄ້າຂອງປະເທດຄູ່ຄ້າ ສາ ມາດເຂົ້າເຖິງຕະຫຼາດຂອງກັນ ແລະ ກັນໄດ້ສະດວກ ແລະ ໄວຂຶ້ນກວ່າເກົ່າ. ນອກຈາກນີ້, ກໍຍັງເປັນການດຶງດູດການລົງທຶນຈາກຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ.

ນອກຈາກນີ້, ກໍຍັງມີຂອບການຮ່ວມມືດ້ານການຄ້າສອງຝ່າຍ ທີ່ນອນໃນຂອບການຮ່ວມມືແບບຮອບດ້ານ ໃນຮູບແບບຂອງຄະນະກຳມະທິການວ່າດ້ວຍການຮ່ວມມືລະຫວ່າງ ສປປ ລາວ ແລະ ປະ ເທດຄູ່ຄ້າ (Joint Commission-JC) ເພື່ອເປັນການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ. ການຮ່ວມມືດັ່ງກ່າວ ເປັນການຮ່ວມມືໃນແບບສອງຝ່າຍຂັ້ນລັດຖະບານ ທີ່ກວມເອົາຫຼາຍຂະແໜງການປິ່ນອ້ອມຂະແໜງເສດຖະກິດ ທີ່ມີການກຳນົດທິດທາງແຜນການຮ່ວມມື ແລະ ວາງຄາດໝາຍສູ້ຊົນຮ່ວມກັນ, ເປັນອີກເວທີໜຶ່ງທີ່ບັນດາປະເທດຄູ່ຮ່ວມມືສະເໜີໃຫ້ມີການເຈລະຈາສັນຍາຕ່າງໆລວມເຖິງການເຈ ລະຈາ ແລະ ການແກ້ໄຂບັນຫາທາງດ້ານການຄ້າ. ປະຈຸບັນ, ສປປ ລາວ ໄດ້ມີຂໍ້ຕົກລົງຢູ່ໃນຂອບການຮ່ວມມື JC ກັບ 16 ປະເທດຄື: ສສ.ຫວຽດນາມ, ໄທ, ກູບາ, ກຳປູເຈຍ, ມຽນມາ, ສ.ລັດ ເຊຍ, ມົງໂກນ, ອິນເດຍ, ອີຢູ, ສປ.ຈີນ, ອິນໂດເນເຊຍ, ສະຫະລັດອາເມລິກາ, ມາເລເຊຍ, ສປປ.ເກົາຫຼີ, ບຣູໄນ ແລະ ສ.ເກົາຫຼີ.