ກົມນະໂຍບາຍການຄ້າຕ່າງປະເທດ

ອາຊຽນ

ພາບລວມຂອງອາຊຽນ

ASEAN is a regional grouping of 10 countries in South East Asia, which was established on August 8, 1967 in Bangkok, Thailand, with five member states comprising Indonesia, Malaysia, the Philippines, Singapore and Thailand, primarily for promoting political co-operation. ASEAN leaders agreed to create ASEAN as a regional economic cooperation area with a stable, high competitiveness, equitable development and poverty reduction and inequality within society. Subsequently, five ASEAN member countries have decided to participate: Brunei, Vietnam, Myanmar, Cambodia and Lao PDR. The decision to join the ASEAN Community of Laos on July 23, 1997 with four strategic considerations:

  1. ເພື່ອຮັບປະກັນຄວາມໝັ້ນຄົງ ກໍຄືການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບໃໝ່, ຫຼີກລ່ຽງການໂດດດ່ຽວ;
  2. To transform ASEAN's socialist liberalism into peaceful coexistence;
  3. ເພື່ອນໍາໃຊ້ອາຊຽນ ມາຊ່ວຍສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຮົາ;
  4. ເພື່ອນໍາໃຊ້ເວທີຂອງອາຊຽນເປີດກວ້າງປະເທດເຮົາອອກສູ່ພາຍນອກ.

ການຕົກລົງເຂົ້າເປັນສະມາຊິກອາຊຽນ ພັກ-ລັດ ເຮົາໄດ້ຖືເອົານະໂຍບາຍບາດກ້າວທີ່ຖືກຕ້ອງຕາມພາວະວິໄສ ແລະ ສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝໃໝ່ ກໍຄືຍຸກໂລກາພິວັດທີ່ບັນດາປະເທດມີຄວາມຕ້ອງການເພິ່ງພາອາໄສກັນດ້ວຍການເກາະເປັນກຸ່ມກ້ອນ ເພື່ອສ້າງທ່າແຮງຮ່ວມມືກັນພັດທະນາ ໂດຍແນໃສ່ຊ່ວຍປ້ອງກັນສິດ ແລະ ຜົນປະໂຫຍດລວມຂອງແຕ່ລະປະເທດສະມາຊິກ ເພື່ອໃຫ້ພາກພື້ນສາ ມາດບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້, ໃຫ້ມີສະຖຽນລະພາບ ແລະ ຄວາມວັດທະນະຖາວອນ. ໃນການເຂົ້າຮ່ວມປະຊາຄົມອາຊຽນຂອງ ສປປ ລາວ ແມ່ນຂີດໝາຍແຫ່ງການພົວພັນຮ່ວມມືດ້ວຍຄຸນນະພາບໃໝ່ລະຫວ່າງ ສປປ ລາວ ກັບບັນດາປະເທດສະມາຊິກອາຊຽນອື່ນ, ອີກທັງ ເປັນການຍົກບົດບາດຂອງປະເທດລາວໃຫ້ກ້າວເຂົ້າສູ່ການເຊື່ອມໂຍງກັບອົງການຈັດຕັ້ງພາກພື້ນ ກໍຄືສະມາຄົມບັນດາປະຊາຊາດອາຊີອາຄະເນ.

ເປົ້າໝາຍຕົ້ນຕໍຂອງການຮ່ວມມືດ້ານເສດຖະກິດອາຊຽນ ແມ່ນເຮັດໃຫ້ແຕ່ລະປະເທດສະມາຊິກ ແລະ ພາກພື້ນມີຄວາມເຂັ້ມແຂງສາມາດເພິ່ງພາຕົນເອງ ແລະ ກຸ້ມຕົນເອງໄດ້. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ສປປ ລາວ ໄດ້ເຄື່ອນໄຫວຮ່ວມກັບສະມາຊິກອື່ນໆຂອງອາຊຽນໂດຍການເຂົ້າເປັນພາຄີໃນຂໍ້ຕົກລົງ, ສັນ ຍາ ແລະ ອານຸສັນຍາຕ່າງໆທາງດ້ານເສດຖະກິດ. ປະຈຸບັນ ອາຊຽນພວມສຸມໃສ່ຄວາມພະຍາຍາມ ເພື່ອສ້າງປະ ຊາຄົມອາຊຽນທີ່ປະກອບດ້ວຍ 3 ເສົາຄໍ້າຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດ ຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນໃຫ້ສໍາເລັດພາຍໃນປີ 2015 ຊຶ່ງອາຊຽນກໍໄດ້ຕົກລົງເອົາວັນທີ 31 ທັນວາ 2015 ເປັນວັນປະກາດການສ້າງຕັ້ງປະຊາຄົມອາຊຽນ (AEC 2015). ຫຼັງຈາກນັ້ນ, ອາຊຽນຈະໄດ້ກາຍເປັນອົງການຈັດຕັ້ງໜຶ່ງທີ່ເຂັ້ມແຂງໃນພາກພື້ນ, ໂດຍມີກົດບັດເປັນອາຊຽນຂອງຕົນເອງ (ASEAN Charter) ເພື່ອພ້ອມກັນປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນຂອງພາກພື້ນ.

Currently, ASEAN is negotiating a free trade area (FTA) with seven dialogue partners and four ASEAN partner countries, namely China, Japan, Korea, Australia-New Zealand, India, Hong Kong (China), the United States of America, Russia, Canada and the European Union. The ASEAN + 3 will include: China, Japan and the Republic of Korea, and ASEAN + 1 to Hong Kong, which has completed negotiations in 2017.

ເພື່ອໃຫ້ບັນລຸເປົ້າໝາຍນີ້, ອາຊຽນໄດ້ເອົາໃຈໃສ່ເຮັດໃຫ້ການເຄື່ອນຍ້າຍສິນຄ້າ, ການເຄື່ອນຍ້າຍການບໍລິການ, ການເຄື່ອນຍ້າຍການລົງທຶນ, ການເຄື່ອນຍ້າຍແຮງງານທີ່ມີສີມື ແລະ ການເຄື່ອນຍ້າຍເງິນທຶນມີຄວາມເສລີກວ່າເກົ່າບົນພື້ນຖານສັນຍາທີ່ກ່ຽວຂ້ອງເຊັ່ນ: ການເຄື່ອນຍ້າຍສິນຄ້າ ແມ່ນໃຫ້ອີງຕາມສັນຍາວ່າດ້ວຍສິນຄ້າຂອງອາຊຽນ (ASEAN Trade in Goods Agreement-ATIGA), ການຄ້າດ້ານການບໍລິການ ແມ່ນໃຫ້ອີງຕາມຂອບສັນຍາວ່າດ້ວຍການຄ້າດ້ານການບໍລິການຂອງອາຊຽນ.